ເລກລຳດັບທີ: 106
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກແໜ່ງແດງ
Golden Cardamom
Wurfbainia microcarpa (C.F.Liang & D.Fang) Škorničk. & A.D.Poulsen
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Chinese: Xì shā rén English: golden cardamom
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Zingiberales
ຊື່ສະກຸນ
Zingiberaceae
ສະກຸນ
Wurfbainia
ຊະນິດ
Wurfbainia microcarpa
ຊື່ພ້ອງ
Amomum microcarpum C.F.Liang & D.Fang
ບັນຍາຍລັກສະນະທາງພືດສາດ
ເກິດເປັນເຫງົ້າເລືອໄປຕາມພື້ນດິນ, ລຳຕົ້ນສູງ 1–2 ມ, ເມື່ອຍັງອ່ອນເປັນສີແດງ, ເມືອແກ່ເປັນສີຂຽວເຂັ້ມປົນ ສີນ້ຳຕານ, ມີໃບ 16–20 ໃບຕໍ່ຕົ້ນ. ແຜ່່ນໃບຮູບຂອບຂະໜາດ, 10–50 x 2–12 ຊມ, ສີຂຽວເຂັ້ມ, ພັບເປັນກິບ, ມີຂົນດ້ານລຸ່ມ, ໂຄນຮູບຫຼີ້ມ, ປາຍຮຽວຍາວ, ຂອບລຽບ, ເສັ້ນກ່າງກາງໃບນູນດ້ານລຸ່ມ, ເສັ້ນໃບຂະແໜງເສັ້ນຊັດເຈນ. ຊໍ່ດອກອອກຈາກເຫງົ້າໃກ້ກັບກົກລຳຕົ້ນ, ມີ 1–2 ຊໍ່ດອກຕໍ່ເຫງົ້າ, ພວງດອກຮູບປີລະມິດ ຂະໜາດ 5 x 4 ຊມ, ມີ 1–2 ດອກບານພ້ອມກັນ, ສີແດງ. ກ້ານຊໍ່ຂະໜາດ 10–12 x 0.5–0.7 ຊມ, ສີແດງ, ມີຂົນນູ່ມ. ພວງໝາກກ້ານຍາວປະມານ 10–20 x 5 ຊມ, ສີແດງ, ຂົນສີຂາວ, ສ່ວນພວງໝາກມີປະມານ 6 ໝາກຕໍ່ພວງ ຂະໜາດ 10–12 x 5–8 ຊມ. ໝາກກົມໜາ 1–1.6 ຊມ, ສີແດງ, ໜາມປົກຄູມ, ມີຂົນ. ເມັດກົມ, ໜາ 2 ມມ, ກ້ຽງ, ມີປະມານ 15 ເມັດ ຕໍ່ຫ້ອງໄຂ່.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ: ໜໍ່ອ່ອນໃສ່ເປັນອາຫານໄດ້, ສຳຫຼັບໝາກໃຊ້ເປັນເຄື່ອງ ເທດສຳລັບປຸງແຕ່ງ ອາຫານ
ຢາ: ເປັນໝາກແໜ່ງທີ່ເກັບມາຈາກປ່າເພື່ອນຳໃຊ້ເປັນຢາ ເຊັ່ນ: ລຳຕົ້ນ ແລະ ເຫງົ້າ ແມ່ນຖືກເກັບກູ້ເພື່ອເປັນຢາພື້ນເມືອງ, ນຳເອົາມາເປັນຢາຮົ່ມ ຫຼື ຕົ້ມອາບ ສຳຫຼັບແມ່ຢູ່ກຳ ຫຼື ເກີດລູກໃໝ່ ເພື່ອ ເປັນຢາແກ້ປວດ, ຕ້ານການອັບເສັບ, ແກ່ວີນວຽນ, ຕ້ານເຊື້ອ, ບຳລູງຮັກສາສຸຂະພາບ ແລະ ຟື້ນຟູຮ່າງກາຍໃຫ້ ເປັນປົກກະຕິ. ໂດຍສະເພາະ ແມ່ນການນຳໃຊ້ເປັນຢາຂອງແມ່ຢູ່ກຳຂອງຊົນເຜົ່າ ກຣິ ຫຼື ເຜົ່າຕອງເຫຼືອງ ໃນເຂດຍອດນ້ຳເທີນ.
ສີນຄ້າ: ໝາກແໜ່ງແດງ ສ່ວນຫຼາຍແມ່ນປະຊາຊົນເກັບຈາກປ່າມາຂາຍເປັນສີນຄ້າ, ຍັງເປັນແບບກະແຈກກະຈາຍ, ຍັງບໍ່ທັນມີຂໍ້ມູນກ່ຽວກັບການປູກໝາກຊະນິດ ເພາະໝາກແດງເປັນໝາກບໍ່ຫຼາຍ, ແຕ່ຍັງຄວາມຕ້ອງການ ຂອງຕະຫຼາດສູງ, ຄວນມີການສົ່ງເສີມການປູກເພື່ອເປັນສີນຄ້າ. ໂດຍປົກກະຕິແລ້ວລາຄາທົ່ວໄປ ແມ່ນ 60,000-80,000 ກິບ/ ກິໂລ ໝາກແຫ້ງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,