ເລກລຳດັບທີ: 1052
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ນໍ້າເຕົ່ານາງສີດາ
Indian Birthwort
Aristolochia acuminata Lam.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ກະເຊົ້າຜີມົດEng: Indian Birthwort, Dutchman's pipe
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Piperales
ຊື່ສະກຸນ
Aristolochiaceae
ສະກຸນ
Aristolochia
ຊະນິດ
Aristolochia acuminata
ຊື່ພ້ອງ
Aristolochia acuminata Lam.
Aristolochia angulosa Wall. ex Duch.
Aristolochia eschscholtzii Ledeb. ex Duchesne
Aristolochia roxburghiana Klotzsch
Aristolochia subsagittata Blanco
ບັນຍາຍລັກສະນະທາງພືດສາດ
ນໍ້າເຕົ່ານາງສີດາ ຈັດຢູ່ໃນພືດປະເພດເຄືອ, ລໍາຕົ້ນເປັນເຄືອ, ເປືອກເປັນຮ່ອງໄປຕາມຄວາມຍາວຂອງເຄືອ, ລໍາຕົ້ນເມື່ອຍັງອ່ອນຈະມີຂົນ ແລະ ຈະຄ່ອຍໆຫຼົນໄປຈົນເກືອບກ້ຽງ, ເຄືອຍາວປະມານ 3 ມ. ໃບດ່ຽວ, ຈັບສະຫຼັບ, ລັກສະນະຂອງໃບມີຫຼາຍຮູບແບບ, ຕັ້ງແຕ່ຮູບໄຂ່-ຮູບໃບຫອກ, ປາຍໃບແຫຼມ, ກົກໃບເວົ້າເລິກ, ເປັນຮູບຫົວໃຈ ຫຼື ຮູບງ່ຽງ, ສ່ວນຂອບໃບລຽບ, ມີໃບຂະໜາດກວ້າງ 5.8-7.6 ຊມ ແລະ ຍາວປະມານ 9.5-16.5 ຊມ. ອອກດອກເປັນຊໍ່, ຊໍ່ຍາວ 6-13.5 ຊມ, ມີຂົນ, ເປັນດອກທີ່ມີທັ້ງເກສອນຜູ້ ແລະ ເກສອນແມ່ຢູ່ໃນດອກດຽວກັນ, ກີບດອກມີພຽງຊັ້ນດຽວເຊື່ອມຕິດກັນເປັນຫຼອດ. ໝາກມີລັກສະນະຄ່ອນຂ້າງກົມ, ຮູບໄຂ່ ມີຂະໜາດກວ້າງປະມານ 2.7-4.3 ຊມ ແລະ ຍາວປະມານ3.3-5.5 ຊມ, ສ່ວນກ້ານຍາວໄດ້ປະມານ 3.3-5.8 ຊມ, ເມື່ອຜົນແກ່ຈະແຕກຂົ້ວໄປຫາກົກໝາກ ແລະ ກ້ານຜົນກໍ່ຈະແຕກອອກເປັນ 6 ເສັ້ນ, ແກ່ນເປັນສີນໍ້າຕານອ່ອນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນຂອງນໍ້າເຕົ່ານາງສີດາມີຄື:
- ໃບ, ຕົ້ນ, ຮາກ ມີລົດເຜັດຂົມເລັກນ້ອຍ ເປັນຢາເຢັນບໍ່ມີຜິດ ອອກລິດຕໍ່ຫົວໃຈ ແລະ ປອດ, ໃຊ້ເປັນຢາຊ່ວຍຮ້ອນຖ້ອນໄຂ້.
- ລໍາຕົ້ນໃຊ້ຕົ້ມກັບນໍ້າກິນເປັນຢາເຮັດໃຫ້ທາດເປັນປົກກະຕິ.
- ເມັດໃຊ້ເປັນຢາແກ້ຄໍອັກເສບ, ເປັນໄຂ້.
- ໃບໃຊ້ຕໍາເປັນຢາພອກແກ້ພະຍາດຜິວໜັງ ແລະ ອື່ນໆ.
ປະໂຫຍດຂອງນໍ້າເຕົ່ານາງສີດາ:
- ໃຊ້ເປັນໄມ້ປູກປະດັບທົ່ວໄປ, ເປັນພັນໄມ້ຂ້ອນຂ້າງຫາຍາກຊະນິດໜື່ງ, ບໍ່ຄ່ອຍພົບຂຶ້ນໃນປ່າທໍາມະຊາດຂອງບ້ານເຮົາ, ສ່ວນຫຼາຍຈະນໍາເຂົ້າມາເປັນໄມ້ປະດັບ ຫຼື ໃຊ້ເປັນຢາ.
- ສ່ວນຂອງໃບໃຊ້ເປັນອາຫານສໍາຫຼັບການລ້ຽງແມງກະເບື້ອ ແລະ ອື່ນໆ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,