- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Ericales
- ຊື່ສະກຸນ
- Styracaceae
- ສະກຸນ
- Styrax
- ຊະນິດ
- Styrax tonkinensis (Pierre) Craib ex Hartwich
Styrax hypoglaucus Perkins
Styrax macrothyrsus Perkins
Styrax subniveus Merr. & Chun
ເປັນໄມ້ຢືນຕົ້ນຂະໜາດກາງຫາຂະໜາດໃຫຍ່ ສູງໄດ້ຮອດ 25 ມ. ແລະ ມີເສັ້ນຜ່າສູນກາງ 30 ຊມ. ລຳຕົ້ນຊື່ ແລະ ລຽບ, ຍາວ 18-19 ມ. ກິ່ງກ້ານສາຂາບໍ່ຫຼາຍ ໂດຍກິ່ງກ້ານຕັ້ງຊື່ກະຈຸຫຢູ່ບໍ່ລິເວນປາຍ. ເປືອກສີເທົາລຽບ ແລະ ໜາ 6-9 ມມ ໃນຕົ້ນອ່ອນ, ເມື່ອອາຫຼາຍຂື້ນຈະປ່ຽນເປັນສີນ້ຳຕານຍາບ ແລະ ມີຮອຍແຕກຕາມລວງຍາວ.
ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຮີ, ປາຍໃບແຫຼມເລັກນ້ອຍ, ຍາວ 4.5-10 ຊມ., ກວ້າງ 2.5-5 ຊມ., ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມມີສີຂຽວປົນຂາວ ແລະ ມີຂົນປົກຄຸມ. ກ້ານໃບຍາວ 6-10 ມມ.
ຊໍ່ດອກອອກເປັນຊໍ່ກະຈະຄູ່ ໂດຍເກີດບໍລິເວນງ່າມໃບດ້ານເທິງ ຫຼື ບໍລິເວນປາຍກິ່ງ. ໂຄນຊໍ່ດອກມີໃບປະດັບທີ່ຖືກປົກຄຸມດ້ວຍຂົນຮູບດາວສີເຫຼືອງ, ໃບປະດັບ ແລະ ໃບປະດັບຍ່ອຍຮູບເສັນຊື່ຫຼົ່ນງ່າຍ ແລະ ມີຂົນໜາແໜ່ນ. ຊໍ່ດອກແຕ່ລະຊໍ່ ມີດອກຍ່ອຍຈຳນວນຫຼາຍ, ເປັນດອກສົມບູນເພດ, ຍາວ 12-15 ມມ., ມີກ້ານດອກ 3-5 ກ້ານ ແລະ ຊໍ່ດອກທັງໝົດມີຄວາຍາວໄດ້ຮອດ 18 ຊມ. ຖານຮອງດອກເປັນຮູບຖ້ວຍຍາວ 3-4 ມມ. ປົດຄຸມດ້ວຍຮູບດາວສີເຫຼືອງໜາແໜ່ນດ້ານນອກ ແລະ ມີຂົນສີຂາວດ້ານໃນ, ກາບດອກສັ້ນ 5 ກາບ (ຍາວ 6-8.5 ມມ × 2-3 ມມ.) ປົກຄຸມດ້ວຍຂົນຮູບດາວດ້ານນອກ ແລະ ມີຂົນທຳມະດາແຊກຢູ່ດ້ານໃນ.
ໝາກຮູບໄຂ່ ຍາວ 10-12 ມມ. ແລະ ກວ້າງ 5-7 ມມ. ປົກຄຸມດ້ວຍຂົນຮູບດາວ, ມີສີເທົາ ແລະ ແຫ້ງແລ້ວແຕກອອກເປັນ 3 ກີບ, ເປືອກບາງປະມານ 1 ມມ.
ແຕ່ລະໝາກມີແກ່ນ 1 ເມັດ, ດົນໆເທື່ອກ່ວາຈະພົບວ່າມີ 2 ແກ່ນ, ແກ່ນມີສາມຫຼ່ຽມ, ຍາວ 6-10 ມມ. ມີເປືອກແຂງໜາເປັນປຸ່ມໆສີສົ້ມ.
ແຫຼ່ງທີ່ມາ: [1]
Global distribution of Styrax tonkinensis between 1908-2024. Source: [5]
ຂໍ້ມູນທີ່ບັນທຶກຈາກ GBIF ລະບຸແຫຼ່ງທີ່ຢູ່ອາໃສຂອງຕົ້ນໄມ້ຊະນິດນີ້ ໃນຫຼວງພະບາງ (ມ. ນ່ານ), ແຂວງ ວຽງຈັນ (ມ. ກາສີ) ແລະ ຄຳມ່ວນ (ມ. ນາກາຍ) [5]. ການກະຈາຍພັນຕາມທໍາມະຊາດຂອງຍານໃນ ສປປ ລາວ ເຊິ່ງກວມເອົາພື້ນທີ່ທາງເໜືອ ລວມທັງແຂວງຜົງສາລີ (ມ. ຂວາ), ຫຼວງນ້ຳທາ (ວຽງພູຄາ, ລອງ ແລະ ນາແລ), ອຸດົມໄຊ (ມ. ໄຊ, ນາໝໍ້ ແລະ ມ. ແບງ), ຫຼວງພະບາງ (ມ. ນ້ຳບາກ) ແລະ ຫົວພັນ (ຊຳເໜືອ ແລະ ວຽງໄຊ). [6], [7]
ຍານພົບໄດ້ໃນປ່າປະສົມທີ່ລະດັບຄວາມສູງຕັ້ງແຕ່ 100-2,000 ມ [2]. ໃນລາວພົບໄດ້ສ່ວນໃຫຍ່ໃນປ່າຝົນເຂດຟື້ນຟູ ຂອງແຂວງທາງພາກເໜືອ ໂດຍມີລະດັບຄວາມສູງປະມານ 150-2,100 ມ [8]. ສາຍພັນນີ້ຈະເລີນເຕີບໂຕໃນປ່າປະສົມ, ປ່າເປີດຕາມເນີນພູ ແລະ ຕາມຂອບປ່າປະສົມ ໃນພື້ນທີ່ທີ່ຖືກລົບກວນຂ້ອນຂ້າງຫຼາຍ. ເປັນອົງປະກອບທີ່ພົບໄດ້ທົ່ວໄປໃນປ່າເກົ່າແກ່ ແລະ ປ່າໃມ່. [9]
ບັນຊີລາຍຊື່ IUCN: ຕົ້ນໄມ້ຊະນິດນີ້ມີການແຜ່ກະຈາຍຢ່າງກວ້າງຂວາງ ແລະ ມີປະຊາກອນທີ່ໝັ້ນຄົງຫຼາຍ. ປະຈຸບັນຍັງບໍ່ທັນໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ທີ່ສຳຄັນ, ແລະ ຍັງບໍ່ທັນມີການລະບຸໄພຂົ່ມຂູ່ທີ່ສຳຄັນໃນອະນາຄົດ. ດັ່ງນັ້ນ, ຍານຈຶ່ງຖືກປະເມີນວ່າເປັນສິ່ງມີຊີວິດທີ່ໜ້າເປັນຫ່ວງໜ້ອຍທີ່ສຸດ. [4]
ບັນຊີລາຍຊື່ໄມ້ຂອງລາວ: ຍານຖືກຈັດຢູ່ໃນບັນຊີລາຍຊື່ໄມ້ປະເພດທສີ່ III ໃນຂອບການອະນຸລັກຢ່າງເປັນທາງການຂອງລາວ. ມັນຖືກຮັບຮອງວ່າເປັນຊະນິດໄມ້ທີ່ຖືກຄວບຄຸມ, ເຊິ່ງຮຽກຮ້ອງໃຫ້ມີການຄຸ້ມຄອງ ແລະ ການຕິດຕາມກວດກາເພື່ອຮັບປະກັນການນຳໃຊ້ແບບຍືນຍົງ. ການຈັດຢູ່ໃນບັນຊີລາຍຊື່ III ເນັ້ນໃຫ້ເຫັນເຖິງຄວາມຕ້ອງການຄວບຄຸມການເກັບກ່ຽວ, ການອະນຸລັກທີ່ອີງໃສ່ຊຸມຊົນ, ແລະ ມາດຕະການຕິດຕາມ. [10]
ອາຫານ: ຢາງຍານທີ່ໄດ້ຈາກລຳຕົ້ນຖືກນໍາໃຊ້ໂດຍອຸດສາຫະກໍາອາຫານສໍາລັບການເພີ່ມລົດຊາດໃຫ້ແກ່ຜະລິດຕະພັນຫຼາກຫຼາຍຊະນິດ, ລວມທັງກະແລ້ມ, ເຂົ້າໜົມ, ຊັອກໂກແລັດເຄືອບ, ແລະ ເຄື່ອງດື່ມຕ່າງໆ [8]. ມັນຍັງຖືກນໍາໃຊ້ເປັນເຄື່ອງປຸງລົດຊາດສໍາລັບໝາກຝຣັ່ງ, ເຂົ້າໜົມອົມ, ເຂົ້າໜົມອົບ, ແລະ ເຄື່ອງດື່ມ [11].
ສະໝຸນໄພ: ຢາງຍານ ເຊິ່ງເປັນຢາພື້ນເມືອງໃນສະໄໝບູຮານ, ຍັງຄົງຖືກນຳໃຊ້ໃນຮ້ານຂາຍຢາທີ່ທັນສະໄໝ ສຳລັບສ່ວນປະສົມໃນຢາສູດດົມ ແລະ ຄຣີມບຳລຸງຜິວໜ້າ [6]. ຢາງຍານສາມາດຂ້າເຊື້ອພະຍາດ ແລະ ນຳໃຊ້ເປັນຢາສູດດົມໄອນ້ຳ ສຳລັບອາການໄອ, ອາການອັກເສບຂອງກ່ອງສຽງ, ພະຍາດຫຼອດລົມອັກເສບ, ແລະ ຄວາມຜິດປົກກະຕິຂອງລະບົບຫາຍໃຈສ່ວນເທິງ, ຫຼື ເປັນຢາຂ້າເຊື້ອອ່ອນໆ. ໃນຢາພື້ນເມືອງຈີນ, ຢາງຍານຖືກສັ່ງໃຫ້ເປີດຕ່ອມ, ປຸກຈິດໃຈ, ບຳລຸງລົມ ແລະ ເລືອດ, ແລະ ບັນເທົາອາການເຈັບໜ້າເອິກ ແລະ ທ້ອງ. ໃຊ້ຮັກສາພະຍາດຂໍ້ອັກເສບ, ໄອ, ຫວັດ, ເຈັບທ້ອງ, ອາການແສບຮ້ອນກາງເອິກ, ແລະ ໃຊ້ຮັກສາພະຍາດຫຼອດເລືອດໃນສະໝອງ, ວິນຫົວ, ອາການຊັກ, ແລະ ນ້ຳຕານໃນປັດສະວະສູງ. ຢາງຍານຖືກນຳມາເຮັດເປັນສານລະລາຍ ແລະ ນ້ຳມັນໃຊ້ພາຍນອກເພື່ອປິ່ນປົວບາດແຜ, ແລະ ປະສົມໃນ Purol ເຊິ່ງເປັນຜົງຕ້ານເຊື້ອແບັກທິເຣຍສຳລັບຜິວໜັງແຫ້ງ ແລະ ອາການແພ້. [8]
ເຄື່ອງສຳອາງ: ຍານຫອມລະເຫີຍເປັນສ່ວນປະກອບສຳຄັນຂອງນ້ຳຫອມ. ຍານຫອມລາວມີສີທອງກິ່ນຫອມຫວານ, ຕິດທົນ ແລະ ຖືກນໍາໃຊ້ໃນກິ່ນຫອມ (ແບບ Balsamic notes), ໃນຂະນະທີ່ຂອງ ຍານຫອມສີຊັອກໂກແລັດສ່ວນໃຫຍ່ໃນສຸມານຕຣາຖືກນຳໃຊ້ເປັນສານດຶງກິ່ນ. ຍານຫອມລາວມີຄຸນຄ່າສູງ ແລະ ຖືວ່າດີກ່ວາຍານຈາກສຸມານຕຣາ ແລະ ເອເຊຍໄມເນີ [6]. ຢາງຫອມຍານມີສີເຫຼືອງປົນສີນ້ຳຕານຂຸ້ນ, ມີກິ່ນຫອມຫວານ (ກິ່ນແບບ balsamic odour) ແລະ ມີກິ່ນວານິລາອ່ອນໆ. ຍັງຖືກນໍາໃຊ້ໃນການຜະລິດນ້ຳຫອມ, ເຊິ່ງຖືກປະສົມເປັນຜະລິດຕະພັນຫຼາກຫຼາຍຊະນິດ, ລວມທັງສະບູ່ອາບນ້ຳ, ແຊມພູ, ໂລຊັ່ນທາຕົວ, ຄຣີມ, ນ້ຳມັນອາບນ້ຳ, ສະເປຣ, ແປ້ງຝຸ່ນ, ສະບູ່ນ້ຳ, ນ້ຳຫອມປັບອາກາດ, ນ້ຳຢາປັບຜ້ານຸ້ມ, ແຟບ, ແລະ ນ້ຳຢາທຳຄວາມສະອາດອື່ນໆ [8].
ການພັກຜ່ອນ, ວັດທະນະທຳ ແລະ ສາສະໜາ: ຢາງຍານມີກິ່ນຫອມຄ້າຍຄືວານິລາ ແລະ ມີກິ່ນຫອມອ່ອນໆ ແລະ ຖືກນຳໃຊ້ຢ່າງກວ້າງຂວາງໃນນໍ້າຫອມ ແລະ ທູບ. ມັນຍັງຖືກນຳໃຊ້ເປັນກິ່ນສຳລັບເສດໄມ້ ໃນເຄື່ອງສຳອາງ, ທຽນໄຂ ແລະ ໄມ້ທູບທີ່ໃຊ້ໃນໂບດ [11]. ນອກຈາກນັ້ນ, ຢາງເອງຍັງຖືກນຳໃຊ້ໂດຍກົງເປັນທູບ. ສ່ວນປະສົມຂອງດອກກຸຫຼາບ-ເບນໂຊອິນໃຫ້ກິ່ນຫອມທີ່ຜ່ອນຄາຍ ແລະ ສະບາຍໃຈ. [8]
ເຄື່ອງມື ແລະ ເຄື່ອງໃຊ້: ເນື້ອໄມ້ມີນ້ຳໜັກເບົາ ແລະ ອ່ອນ, ເຮັດໃຫ້ມັນບໍ່ເໝາະສົມສຳລັບການກໍ່ສ້າງ. ຢ່າງໃດກໍຕາມ, ມັນຖືກນຳໃຊ້ໃນການຜະລິດເກີບໄມ້, ສໍ, ໄມ້ຖູ່, ໄມ້ຈິ້ມແຂ້ວ ແລະ ໄມ້ຂີດໄຟ. ໃນປະເທດຫວຽດນາມຖືເປັນເຍື່ອກະກາດທີ່ສຳຄັນ, ໂດຍມີຜົນຜະລິດ ແລະ ຄຸນນະພາບຂອງເນື້ອໄມ້ທີ່ທຽບເທົ່າກັບແຫຼ່ງໄມ້ເຍື່ອກະດາດທາງການຄ້າຫຼາຍແຫ່ງ [8].
ພະລັງງານ ແລະ ແສງສະຫວ່າງ: ໄມ້ຖືກນຳມາໃຊ້ເປັນແຫຼ່ງເຊື້ອໄຟ. [8]
ຊະນິດພັນທີມີການປູກ
ສະພາບໂດຍລວມ:
ປະລິມານນ້ຳຝົນ: ພາຍໃຕ້ການເາພະປູກ ຕົ້ນໄມ້ຊະນິດນີ້ສາມາດຈະເລີນເຕີບໂຕໄດ້ສະພາບອາກາດທີ່ຮຸນແຮງກ່ວານີ້ ໂດຍສາມາດທົນຕໍ່ປະລິມານນ້ຳຝົນສະເລ່ຍຕໍ່ປີປະມານ 1,300 ມມ ໂດຍມີຊ່ວງແຫ້ງແລ້ງປະມານ 3-6 ເດືອນ. [9]
ດິນ: ພືດຊະນິດນີ້ຈະເລີນເຕີບໂຕໄດ້ດີໃນດິນທີ່ບໍ່ຖືກກັດເຊາະ, ລະບາຍນ້ຳໄດ້ດີ, ພື້ນທີ່ຊຸ່ມ ແລະ ອຸດົມສົມບູນ. ນອກຈາກນີ້ຍັງຈະເລີນເຕີບໂຕໄດ້ດີໃນດິນປົນຫີນສີນ້ຳຕານເຫຼືອງ ທີ່ທັບຖົມຕາມຕະກອນນ້ຳຖ້ວມເກົ່າ ແລະ ດິນປົນຫີນສີດຳ (humus-rich) ຕາພູທີ່ທັບຖົມດ້ວຍຫີນແກນິກ ຫຼື ຫີນຊິວ (granite or schists). [9]
ອິດທິພົນຂອງປັດໃຈອື່ນໆ: ການຂະຫຍາຍຂອບເຂດຂອງຊະນິດພັນ ໄດ້ຮັບອິດທິພົນຫຼາຍຈາກກິດຈະກຳຂອງມະນຸດ ແລະ ລັກສະນະເດັ່ນຂອງມັນ, ໂດຍສະເພາະຢ່າງຍິ່ງຄວາມຕ້ງການແສງ ແລະ ການຜະລິດແກ່ນພັນທີ່ສາມາດງອກໄດ້ຢ່າງສະໝ່າສະເໝີ.ຫອມຍານຈຳນວນຫຼາຍ ຕັ້ງຢູ່ໃນພື້ນທີ່ທີ່ເຄີຍໃຊ້ສຳລັບເຮັດກະສິກຳແບບຈູດປ່າ ເຊິ່ງການຈູດປ່າໂດຍເຈດຕະນາ ໃນລະຫວ່າງຂະບວນການດັງກ່າວຈະຊ່ວຍ ເລັ່ງການງອກຂອງແກ່ນ. [9]
ການຄັດເລືອກສາຍພັນ:
ການຄັດເລືອກແກ່ນ: ຄວນເກັບແກ່ນຈາກຕົ້ນໄມ້ທີ່ມີອາຍຸປະມານ 10 ປີ, ປາສະຈາກພະຍາດ, ມີເຮືອນຍອດທີ່ສົມສ່ວນກັນ, ບໍ່ຍອດແຫ້ງຕາຍແລະ ບໍ່ຕັ້ງຢູ່ຂອບປ່າ. ຄວນເວັ້ນໄລຍະຫ່າງລະຫວ່າຕົ້ນໄມ້ທີ່ເລືອກຢ່າງໜ້ອຍ 30 ແມັດ. ຄວນເກັບສະເພາະໝາກສຸກຈາກກາງເຮືອນຍອດເທົ່ານັ້ນ; ໝາກທີ່ຫຼົ່ນລົງຈາກພື້ນດິນແມ່ນບໍ່ເໝາະສົມເພາະມັນບໍ່ແຕກງອກ.
ຄຸນລັກສະນະຂອງໝາກສຸກ:
- ສີເງິນມີຈຸດສີຂາວອ່ອນໆຢູ່ຊັ້ນນອກ
- ມີຮອຍແຕກບໍລິເວນດ້ານເທິງຂອງໝາກ
- ເປືອກຊັ້ນນອກຂອງແກ່ນມີສີດໍາເຂັ້ມ ຫຼື ສີເຫຼືອງຄ້າຍໜັງງົວ
- ເປືອກແກ່ນຊັ້ນໃນໃສ ແລະ ບາງ, ລະຫວ່າງເປືອກຫຸ້ມແກ່ນ (testa) ແລະ ເນື້ອແກ່ນ (endosperm)
- ເນື້ອແກ່ນ (endosperm) ໂປ່ງໃສມີຊັ້ນນອກສີຂຽວ
ຄວາມຊຸ່ມຂອງແກ່ນ ແລະ ການເກັບຮັກສາ: ປະລິມານຄວາມຊຸ່ມທີ່ແກ່ນຍານຕ້ອງການ ສາມາດເຮັດໄດ້ໂດຍການແຊ່ໃນນ້ຳນິ້ງ ຫຼື ນ້ຳທີ່ໄຫຼ. ການເກັບຮັກສາແກ່ນປະສົມກັບດິນຊາຍປຽກຍັງໃຫ້ຜົນໄດ້ຮັບທີ່ໜ້າພໍໃຈ. ຂະບວນການມີສອງຂັ້ນຕອນຄື:
- ກ່ອນການເກັບຮັກສາ: ປະລິມານຄວາມຊຸ່ມຈະເພີ່ມຂື້ນຈົນຮອດລະດັບທີ່ປອດໄພປະມານ 30%, ເນື່ອງຈາກແກ່ນທີ່ເກັບມາໃໝ່ມັກຈະມີປະລິມານຄວາມຊຸ່ມຕ່ຳ. ຂັ້ນຕອນນີ້ຍັງເຮັດໜ້າທີ່ເປັນການບຳບັດກ່ອນການແຕກງອກ,ໃນລະຫວ່າງນັ້ນແກ່ນຈະຖືກແຍກອອກຈາກໝາກໄມ້.
- ການເກັບຮັກສາ: ຫຼັງຈາກນັ້ນແກ່ນສາມາດເກັບຮັກສາໄວ້ໄດ້ເຖິງ 1 ປີ.
ແລ່ງທີ່ມາ: [9]
ການກຽມພື້ນທີ່:
ສ່ວນປະສົມສຳລັບການແຕກງອກ: ສ່ວນປະສົມຄວນຈະລະບາຍນ້ຳໄດ້ດີ, ປະກອບດ້ວຍດິນຊາຍແມ່ນ້ຳໜຶ່ງສ່ວນ ແລະ ດິນປ່າປະສົມໜຶ່ງສ່ວນ. [9]
ການກະກຽມດິນ: ຂຸດຂຸມປູກຂະໜາດ 25–30 ຊມ × 25–30 ຊມ × 20–25 ຊມ. [9]
ເທັກນິກການປູກ:
1. ການກຽມແກ່ນພັນ:
- ເມັດພັນຈະຖືກປຸງແຕ່ງໂດຍການເຄືອບໝາກດ້ວຍດິນຊາຍປຽກ ແລະ ປະສົມໃຫ້ເຂົ້າກັນຢ່າງທົ່ວເຖິ່ງເພື່ອຮັບປະກັນຄວາມຊຸ່ມຢ່າງສະໝໍ່າສະເໝີ.
- ເປືອກນອກທີ່ແຂງ ແລະ ຈຸດສີເງິນຈະຄ່ອຍອ່ອນລົງ ແລະ ສີເທົາໃນໄລຍະເວລາ 30-40 ມື້. ຫຼັງຈາກນັ້ນນຳມາກອງເພື່ອແຍກເມັດພັນອອກຈາກດິນຊາຍ, ແລະ ນຳແກ່ນໄປເກັບໄວ້ໃນເກັບຮັກສາເບື້ອງຕົ້ນຕື້ນໆ (ຂະໜາດ 10 ມ × 1.5 ມ, ເລິກ 15 ຊມ).
- ຈາກນັ້ນຈະຫົດນ້ຳ 40-50 ລິດ ທຸກໆສາມມື້ ແລະ ຄ່ອຍໆປະສົມ (ຄົນ) ສອງເທື່ອຕໍ່ມື້.
- ຫຼັງຈາກນັ້ນ, ນຳເມັດພັນມາປະສົມກັບດິນຊາຍປຽກໃນອັດຕາສ່ວນ 1:1 ແລະ ຍ້າຍໄປໃສ່ໜານເພາະທີ່ເລິກກວ່າ (10 ມ × 1.5 ມ, ເລິກ 60 ຊມ), ບ່ອນທີ່ພວກມັນຖືກປົກຄຸມດ້ວຍຊັ້ນດິນຊາຍປຽກ 3 ຊມ.
- ການບຳລຸງຮັກສາປະຈຳເດືອນກ່ຽວຂ້ອງກັບການພິກສ່ວນປະສົມຢ່າງຄ່ອຍໆ, ສີດນ້ຳ 40-60 ລິດ, ປັບພື້ນຜິວໃຫ້ຮາບພຽງ, ແລະ ຮັກສາຊັ້ນເທິງໃຫ້ຊຸ່ມ.
- ວິທີການເກັບຮັກສານີ້ຊ່ວຍໃຫ້ເມັດພັນສາມາດຮັກສາຄວາມສາມາດໃນການແຕກງອກໄດ້ສູງເຖິງໜຶ່ງປີ ຖ້າບໍ່ໄດ້ຫວ່ານໃນລະດູໃບໄມ້ປົ່ງຄັ້ງທຳອິດຫຼັງຈາກການເກັບກ່ຽວໃນລະດູໃບໄມ້ຫຼົ່ນ.
2. ການກ້າເບ້ຍ:
- ແກ່ນທີ່ຜ່ານການກຽມແລ້ວຈະຖືກຫວ່ານລົງໜານທີ່ຮັກສາຄວາມຊຸ່ມຊື່ນຢ່າງຕໍ່ເນື່ອງໃນຊ່ວງເວລາງອກ.
- ເມື່ອແກ່ນງອກມີໃບລ້ຽງຂະຫຍາຍຕົວດີແລ້ວ ຈະຖືກນຳໄປເພາະໃນຖົງເພາະກ້າ (ທໍ່) ທີ່ມີໜ້າດິນປ່າ ແລະ ຕ້ອງເກັບຮັກສາໄວ້ບໍ່ອຮົ່ມບໍ່ໃຫ້ຖືກແສງແດດກ້າ ຈົນກ່ວາໃບແທ້ສອງໃບທຳອິດຈະປາກົດຂື້ນ.
- ເບ້ຍຈະຢູ່ໃນສວນກ້າປະມານ 2 ເດືອນ, ເຊິ່ງໃນເວລານັ້ນພວກມັນຈະສູງເຖິງ 15 ຊມ ພ້ອມດ້ວຍໃບຫ້າຫາເຈັດໃບ, ແລະ ພ້ອມທີ່ຈະຍ້າຍປູກໄດ້
3. ການປູກຕົ້ນກ້າ: ຫາກຖົງເພາະຊຳບໍ່ສາມາດຍ່ອຍສະຫຼາຍໄດ້ ກ່ອນທີ່ຈະວາງເບ້ຍລົງໃນຂຸມ. ປູກຊ້ອມໃໝ່ຫຼັງຈາກໜຶ່ງເດືອນຖ້າອັດຕາການຢູ່ລອດຕໍ່າກວ່າ 80%.
ແຫຼ່ງຂໍ້ມູນ: [9]
ການເບິ່ງແຍງ ແລະ ບຳລຸງຮັກສາ:
ການກຳຈັດວັດສະພືດ: ໃນຊ່ວງສອງປີທຳອິດ ຄວນກຳຈັດວັດຊະພືດທີເກີດຂື້ນ ແລະ ໄຖພວນດິນອ້ອມຮອບໂຄນຕົ້ນໃນລັດສະໝີ 50-60 ຊມ. ໃນສວນປູກທີ່ມີອາຍຸຫຼາຍ ການດູແລຮັກສາໂດຍທົ່ວໄປແມ່ນຈຳກັດພຽງແຕ່ການກຳຈັດພືດເຄືອ ແລະ ພືດພັນທີ່ບໍ່ຕ້ອງການໃນດິນຕາມຄວາມຕ້ອງການ. [9]
ປຸ໋ຍ: ໃສ່ປຸ໋ຍໄນໂຕຣເຈນທັນທີຫຼັງຈາກປູກເພື່ອຊ່ວຍໃຫ້ເບ້ຍຈະເລີນເຕີບຕົວໄດ້ໄວ ໃນອັດຕາທີ່ແນະນຳແມ່ນ 60 ກຣາມ (ໄນໂຕຣເຈນ) ຕໍ່ຕົ້ນ, ແບ່ງອອກເປັນສາມຄັ້ງ, ຄັ້ງລະ 20 ກຣາມພາຍໃນໄລຍະເວລາໜຶ່ງເດືອນ. ຄວນຂຸດປຸ໋ຍຫ່າງຈາກຕົ້ນປະມານ 40 ຊມ. [9]
ການຕັດແຕ່ງກິ່ງ: ການຕັດແຕ່ງກິ່ງເປັນການຈັດການຕາມປົກກະຕິໃນສວນຍານ ເນື່ອງຈາກມີຄວາມໜາແໜ່ນສູງ ໂດຍທົ່ວໄປແລ້ວຈະຕ້ອງຕັດແຕ່ງກິ່ງສອງຄັ້ງກ່ອນທີ່ສວນຈະມີອາຍຸໝູນວຽນ 10 ປີ. [9]
ການປົກປ້ອງ ແລະ ການກຳຈັດສັດຕູພືດ:
ສັດຕູພືດ ແລະ ພະຍາດ:
- Fentonia sp. (Lepidoptera: Notodontidae) ເປັນແມງໄມ້ທີ່ກັດກິນໃບໄມ້ ແລະ ມີລາຍງານມັກທຳລາຍສວນຍານ.
- ສັດຕູຕາມທໍາມະຊາດ ໄດ້ແແກ່ມົດ 2 ຊະນິດ (Oecophylla smaragdina, Cremastogaster sp.) ແລະ ເຜິ້ງ 2 ຊະນິດ (Anastatus spp.).
- ການໄຖພວນດິນອ້ອມຕົ້ນໄມ້ອ່ອນໃນລະດູແລ້ງ (ເດືອນຕຸລາ-ທັນວາ) ຊ່ວຍຫຼຸດວັດຊະພືດ ແລະ ສາມາດຂ້າດັກແດ້ໄດ້ເຖິງ 90%.
- ກ້າເບ້ຍໄມ້ທີ່ປູກໃນສວນກ້າ ບາງຄັ້ງອາດໄດ້ຮັບຄວາມເສຍຫາຍຈາກຈິ້ງຫລີດ, ແຕ່ບໍ່ມີມາດຕະການຄວບຄຸມໃດໆທີ່ແນະນຳ.
ການຄວບຄຸມ: ແນະນໍາໃຫ້ສີດສານເຄມີໃນລະຫວ່າງການລະບາດ ແຕ່ຕ້ອງປະຕິບັດຕາມລະບຽບຂອງກະຊວງປ່າໄມ້.
ແຫຼ່ງທີ່ມາ: [9]
ຊະນິດພັນໃນປ່າ
ປະລິມານນ້ຳຝົນ: ໃນພື້ນທີ່ການກະຈາຍພັນສ່ວນໃຫຍ່ຂອງຍານ ພົບໄດ້ໃນພື້ນທີ່ທີ່ມີປະລິມານນ້ຳຝົນສະເລ່ຍຕໍ່ປີ 1,500–2,200 ມມ, ໂດຍບໍ່ມີລະດູແລ້ງທີ່ຊັດເຈນ ຫຼື ມີພຽງສອງສາມເດືອນທີ່ແຫ້ງແລ້ງ. [9]
ອຸນຫະພູມ: ອຸນຫະພູມຕາມທຳມະຊາດສະເລ່ຍຕໍ່ປີຢູ່ລະຫວ່າງ 15–26 °C. ຊະນິດນີ້ສາມາດທົນທານຕໍ່ອຸນຫະພູມສູງສຸດຈາກ -4 °C ຫາ +45 °C ເປັນໄລຍະເວລາສັ້ນໆ. [9]
ແສງສະຫວ່າງ: ຍານເປັນພືດທີ່ຕ້ອງການແສງຫຼາຍ ໃນພື້ນທີ່ໂລ່ງແຈ້ງ ແລະ ຖືກໄຟໄໝ້, ມັນມັກຈະຢູ່ໃນພື້ນທີ່ສູງ, ໃນຂະນະທີ່ເບ້ຍໄມ້ປ່າບໍ່ສາມາດຢູ່ລອດໄດ້ພາຍໃຕ້ຮົ່ມທີ່ໜາແໜ້ນຂອງປ່າໜາ. [9]
ການອານຸລັກທີ່ຢູ່ອາໄສ (ຄວາມຕ້ອງການທີ່ຢູອາໄສ, ໄພຄຸກຄາມ, ການອານຸລັກ ແລະ ການພື້ນຟູ)
ຍານເປັນຊະນິດທີ່ອາໄສຢູ່ເປັນກຸ່ມ ແລະ ຮຸກຮານເຂົ້າໄປໃນພື້ນທີ່ປ່າໄດ້ງ່າຍ, ມັກເກີດຮ່ວມກັບໄມ້ໄຜ່ ໂດຍສະເພາະແມ່ນ Dendrocalamus spp. ໃນການຟື້ນຟູທຳມະຊາດຫຼັງຈາກການຈູດປ່າເພື່ອກະສິກຳ, ພືດທີ່ມັກເກີດໃນຊັ້ນລຸ່ມປະກອບມີ Imperata cylindrica, Saccharum arundinaceum, ແລະ ບາງຄັ້ງກໍ່ມີ Miscanthus japonicus. ໃນປ່າຝົນທີ່ເກີດໃໝ່, ຊະນິດພືດທີ່ກ່ຽວຂ້ອງປະກອບມີ Cinnamomum cassia, Quercus spp., ແລະ Toona ciliata. [9]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
[2] Union for Ethical BioTrade (UEBT), “Benzoin,” Ingredient Stories. [Online]. Available: https://uebt.org/ingredient-stories/benzoin. [Ac-cessed: Aug. 27, 2026].
[3] Hands of the Heart, “Benzoin,” Hands of the Heart. [Online]. Availa-ble: https://www.handsoftheheart.org/shop-store/p/benzoin. [Ac-cessed: Aug. 27, 2026].
[4] iNaturalist [Online]. Uploaded on 16 August 2019 by James Ojas-castro. Available: https://www.inaturalist.org/observations/30937171. [Accessed 27 August 2026].
[2] eFloras, “Styrax tonkinensis,” Flora of China. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200017762. [Accessed: Aug. 27, 2026].
[3] Royal Botanic Gardens, Kew, “Styrax tonkinensis,” Plants of the World Online. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:826959-1. [Accessed: Aug. 27, 2026].
[4] International Union for Conservation of Nature (IUCN), “Styrax tonkinensis,” The IUCN Red List of Threatened Species. [Online]. Available: https://www.iucnredlist.org/species/147364203/147655260. [Ac-cessed: Aug. 28, 2026].
[5] Global Biodiversity Information Facility (GBIF), “Styrax tonkinensis,” GBIF Backbone Taxonomy. [Online]. Available: https://www.gbif.org/taxon/7B44K. [Accessed: Aug. 28, 2026].
[6] Pha Tad Ke Botanical Garden, “Styrax tonkinensis,” Pha Tad Ke Botani-cal Garden. [Online]. Available: https://www.pha-tad-ke.com/plant/styrax-tonkinensis/. [Accessed: Aug. 28, 2026].
[7] Food and Agriculture Organization of the United Nations (FAO), “Sty-rax tonkinensis,” FAO. [Online]. Available: https://www.fao.org/4/ac776e/ac776e0a.htm. [Accessed: Aug. 28, 2026].
[8] Useful Tropical Plants, “Styrax tonkinensis,” Useful Tropical Plants Da-tabase. [Online]. Available: https://tropical.theferns.info/viewtropical.php?id=Styrax+tonkinensis. [Accessed: Aug. 28, 2026].
[9] Australian Centre for International Agricultural Research (ACIAR), “Styrax tonkinensis: Taxonomy, ecology, silviculture and uses,” ACIAR Technical Publications. [Online]. Available: https://www.aciar.gov.au/publication/technical-publications/styrax-tonkinenis-taxonomy-ecology-silviculture-and-uses. [Accessed: Aug. 28, 2026].
[10] Phakhaolao, “Styrax tonkinensis,” [Online]. Available: https://phakhaolao.la/wp-con-tent/uploads/2025/06/0448%E0%BA%81%E0%BA%9B2021.pdf. [Accessed: Aug. 28, 2026].
[11] J. K. Kha, “Utilisation of Styrax tonkinensis wood in Laos and its physical properties,” ResearchGate, 2016. [Online]. Available: https://www.researchgate.net/publication/306168970_Utilisation_of_styrax_tonkinensis_wood_in_Laos_and_its_physical_properties. [Accessed: Aug. 31, 2026].
[12] Pha Khao Lao, “Benzoin (Styrax tonkinensis)—English version,” Pha Khao Lao, 2024. [Online]. Available: https://phakhaolao.la/wp-content/uploads/2024/09/8-Benzoin_Eng-1.pdf. [Accessed: Aug. 31, 2026].
https://www.iucnredlist.org/species/147364203/147655260#habitat-ecology
https://www.aciar.gov.au/publication/technical-publications/styrax-tonkinenis-taxonomy-ecology-silviculture-and-uses
https://www.pha-tad-ke.com/plant/styrax-tonkinensis/
https://uebt.org/ingredient-stories/benzoin
https://www.treesandshrubsonline.org/articles/styrax/styrax-tonkinensis/
https://antropocene.it/en/2023/03/12/styrax-tonkinensis-2/
https://tropical.theferns.info/viewtropical.php?id=Styrax+tonkinensis
https://phakhaolao.la/wp-content/uploads/2025/06/0448%E0%BA%81%E0%BA%9B2021.pdf
https://www.fao.org/4/ac776e/ac776e0a.htm
https://phakhaolao.la/wp-content/uploads/2024/09/A-Checklist-of-Plants-in-Lao-PDR.pdf
https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf
https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf