ເລກລຳດັບທີ: 102
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-02-05

ໄມ້ໄລ່
Mai Lai

Gigantochloa albociliata (Munro) Kurz


ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ

1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5


ຊື່ທ້ອງຖີ່ນ:
ໜໍ່ໄລ່, ໄລ່ໃຫຍ່, ໄລ່ຂົມ. ( white-fringe gigantochloa, Nor Lai)

ຊື່ພ້ອງ :
Dendrocalamus albociliatus (Munro) J.L.Sun
Oxytenanthera albociliata Munro
Pseudotenanthera albociliata (Munro) R.B.Majumdar
Pseudoxytenanthera albociliata (Munro) R.B.Majumdar
Pseudoxytenanthera albociliata (Munro) T.Q.Nguyen

ຊື່ສະກຸນ:
Poaceae

ຊະນິດໃກ້ຄຽງ:
ໄມ້ສະໂນດ / Watho Bamboo
ໄມ້ຊອດ/ Mai Sot
ໄມ້ຊາງຄໍາ/ Golden Bamboo

ບັນຍາຍລັກສະນະທາງພືດສາດ:
ຕົ້ນໄມ້ໄລ່ຈະມີຄວາມສູງ 6 ຫາ 10 ມ, ລຳຕົ້ນໜາ 2 ຫາ 5 ຊມ, ແຕ່ລະປ້ອງຍາວ 20 ຫາ 35 ຊມ, ປົກຄຸມດ້ວຍຂົນສີຂາວສັ້ນ ແລະ ແຂງ, ພະໜັງລຳຕົ້ນໜາ, ແຕກກິ່ງກ້ານຫຼາຍບໍລິເວນຂໍ້ ໂດຍກິ່ງກ້ານຈະມີຂະໜາດໃກ້ຄຽງກັນ.
ກາບຫຸ້ມລຳຕົ້ນ (ສ່ວນທີ່ຫຸ້ມປ້ອງກັນ) ສີນ້ຳຕານ, ຍາວ 18 ຫາ 22 ຊມ, ຜິວໜາຄ້າຍໜັງ ແລະ ຈະຫຼົ່ນເມື່ອແກ່, ກາບເມື່ອຍັງອ່ອນມີຂົນສີເຂັ້ມກະຈາຍຢູ່ທົ່ວ ແລະ ຜິວຈະລຽບເມື່ອອາຍຸແກ່ຂື້ນ. ກາບໃບບໍ່ມີຕິ່ງຫູໃບ, ລິ້ນໃບ (ສ່ວນທີ່ເຊື່ອມຕໍ່ລະຫວ່າງກາບໃບ ແລະ ໃບ) ຍາວ 10 ຫາ 25 ມມ, ມີຮອຍຍັກບໍ່ສະໝ່ຳສະເໝີ. ໃບຕັ້ງຊື່, ກິ່ງປາຍມັກຈະມີໃບປະມານ 11 ໃບ.
ຊໍ່ດອກອອກບໍລິເວນກິ່ງທີ່ບໍ່ມີໃບ ແຕ່ລະຊໍ່ດອກມີຊໍ່ດອກຍ່ອຍທຽມ 10 ຫາ 20 ຊໍ່, ຊໍ່ດອກຍ່ອຍຍາວ 1.5 ຫາ 2 ມມ ແລະ ກວ້າງ 0.1 ຫາ 0.15 ຊມ ປະກອບດ້ວຍດອກຍ່ອຍ 1 ຫາ 2 ດອກ. ກາບຫຸ້ມດອກ (ກີບນອກ) 2 ຫາ 3 ກີບ, ຮູບໄຂ່ ແລະ ມີຂອບເປັນຂົນສີຂາວ. ກີບດອກ ມີຂອບເປັນຂົນສີຂາວຄືກັນ ໃນຂະນະທີ່ກີບຮອງດອກ (ກີບໃນ) ສັ້ນກວ່າກີບດອກ ສ່ວນກີບອື່ນເປັນສີເຫຼືອງ. ເຕົ້າໄຂ່ເປັນຮູບໄຂ່ແຄບ, ມີຄໍເຕົ້າໄຂ່ຍາວ 6 ຫາ 7 ມມ ແລະ ມີເກສອນ 1 ຫຼື ບາງຄັ້ງມີ 2. ແຕ່ຍັງບໍ່ພົບໝາກ (caryopsis).
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Assam, Bangladesh, China South-Central, East Himalaya, Laos, Myanmar, Thailand, Vietnam. [2]

Global distribution of Gigantochloa albociliata between 1929 to 2015. Source: [3]

ເຂດກະຈາຍພັນໃນລາວ :
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ປ່າປະສົມປ່ຽນໃບ
ປ່າໄມ້ປ່ອງ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ກິດຈະກຳການກະເສດ
ອຸປະກອນ ແລະ ເຄື່ອງມື
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໜໍ່ຖືກເກັບກ່ຽວເປັນຈຳນວນຫຼາຍເພື່ອບໍລິພວກໃນຄົວເຮືອນ. [7]
ກິດຈະກຳທາງກະສິກຳ: ລຳຕົ້ນທີ່ມີອາຍຸສອງຫາສາມປີຂື້ນໄປ ຈະຖືກເກັບກ່ຽວໃນປະລິມານປານກາງຕະຫຼອດປີ ແລະ ໃຊ້ສຳຫຼັບເປັນເສົາປູກຜັກເລືອຍ ຫຼື ເປັນເສົາຮົ້ວສ່ວນ. [7]
ໃຊ້ສ້າງທີ່ພັກອາໄສ: ໄມ້ລຳຕົ້ນໃຊ້ໃນການສ້າງ ເຮືອນ ເຊັ່ນ: ຝາເຮືອນ ແລະ ໂຄງສ້າງຫຼັງຄາເຮືອນ. [6]
ເຄືອງມື ແລະ ອຸປະກອນ: ສ່ວນໂຄນລຳຕົ້ນໃຊ້ເຮັດດ້າມຈັບເຄື່ອງມື ລຳຕົ້ນທີ່ເຜົາຢ່າງເໝາະສົມ ສາມາດດັດງໍເພື່ອເຮັດເຟີນິເຈີໄດ້ ນອກຈາກນີ້ຍັງນຳມາເຮັດເປັນເຄື່ອງປັນຝ້າຍ ແລະ ແປຮູບເປັນວັດຖຸດິບສຳຫຼັບກະດາດ. [6]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ສິງຫາ
ກັນຍາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ມີການຂາຍໃນຕະຫຼາດທ້ອງຖິ່ນໃນລາຄາຕັ້ງແຕ່ 15.000 ຫາ 35.000 ກີບຕໍ່ກິໂລ. [7]

ການຄຸ້ມຄອງຈັດການ
ຄວາມຍືນຍົງ:
ນອກຈາກນີ້ ໄມ້ຍັງມີບົດບາດສຳຄັນຕໍ່ສິ່ງແວດລ້ອມ ລວມທັງຊ່ວຍຫຼຸດການກັດເຊາະຂອງດິນ, ການສ້າງແຫຼ່ງທີ່ຢູ່ອາໄສຂະໜາດນ້ອຍສຳຫຼັບພືດ ແລະ ສັດຫຼາກຫຼາຍຊະນິດ ແລະ ການມີສ່ວນຊ່ວຍໃນການເກັບກັກຄາບອນ ເຊິ່ງທັງໝົດນີ້ມີສ່ວນຊ່ວຍໃນການບັນເທົາຜົນກະທົບຈາກການປ່ຽນແປງສະພາບອາກາດ. [6]

ສະພາບໂດຍລວມ:
ພົບໄດ້ໃນພື້ນທີ່ທີ່ມີປະລິມານນ້ຳຝົນສະເລ່ຍຕໍ່ປີ ລະຫວ່າງ 800 ຫາ 1.300 ມມ ແລະ ອຸ່ນຫະພູມສະເລ່ຍຕໍ່ປີປະມານ 28 ອົງສາ, ຈະເລີນເຕີບໂຕໄດ້ດີໃນດິນທີ່ມີການລະບາຍນ້ຳໄດ້ດີ ແລະ ມີຄວາມອຸດົມສົມບູນຕ່ຳຫາປານກາງ. [6]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ 2.3 N/A
ຄາໂບໄຮເດຣດ 4 N/A
ໄຂມັນ 0.1 N/A
ວິຕາມິນ N/A N/A
ແຮ່ທາດ N/A Ca 22.0 mg, K 297.1 mg, Mg 11 mg 1, P 57.3 mg
ເສັ້ນໄຍ 1 N/A

ອ້າງອິງ
ເຄດິດຮູບພາບ:
[1] Thailand Institute of Scientific and Technological Research (TISTR), ไผ่ไร่ (Gigantochloa albociliata) — Plant Profile [PDF]. Sakaerat Environ-mental Research Station, TISTR. [Online]. Available: https://www.tistr.or.th/sakaerat/plant%20in%20sakaerat/plant%20list/106%E0%B9%84%E0%B8%9C%E0%B9%88%E0%B9%84%E0%B8%A3%E0%B9%88.pdf. [Accessed: 2-Feb-2026].
[2] tropicalbamboo, “Gigantochloa Species, Clumping Bamboo, White-Fringed Bamboo (Gigantochloa albociliata),” Dave’s Garden, Jan. 19, 2008. [Online]. Available: https://davesgarden.com/guides/pf/showimage/179479. [Accessed: Feb. 4, 2026].
[3] Tropical Bamboo Nursery & Gardens, “Gigantochloa albociliata,” Bamboo Shopping, tropicalbamboo.com. [Online]. Available: https://www.tropicalbamboo.com/bamboo_shopping.asp?bid=99&bamboo=Gigantochloa%20albociliata. [Accessed: Feb. 4, 2026].

ອ້າງອິງ:
[1] Missouri Botanical Garden and Harvard University Herbaria, Flora of China: eFloras.org — Taxon page [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200025487. [Accessed: 4-Feb-2026].
[2] Royal Botanic Gardens, Kew, Plants of the World Online: Gigantochloa albociliata (Munro) Kurz [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:403984-1. [Accessed: 4-Feb-2026].
[3] Global Biodiversity Information Facility (GBIF), GBIF: Backbone Taxon-omy — Gigantochloa albociliata (Munro) Kurz [Online]. Available: https://www.gbif.org/species/4108097. [Accessed: 4-Feb-2026].
[4] Faculty of Natural Sciences, National University of Laos, A Checklist of the Vascular Plants of Lao PDR, version 1.0 [PDF]. Vientiane, Lao People’s Democratic Republic, 2021. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: 4-Feb-2026].
[5] V. Lamxay, S. Lanorsavanh, K. Chanthavong, K. Souvannakhoummane, and S. Bounphanmy, A Checklist of the Vascular Plants of Lao PDR, version 1.0 [PDF]. Faculty of Natural Sciences, National University of Laos, Vienti-ane, Lao People’s Democratic Republic, 2021. [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. [Accessed: 4-Feb-2026].
[6] Ken Fern, Useful Tropical Plants: Gigantochloa albociliata [Online]. Available: https://tropical.theferns.info/viewtropical.php?id=Gigantochloa+albociliata. [Accessed: 4-Feb-2026].
[7] National University of Laos; National Agriculture and Forestry Re-search Institute (NAFRI); SNV Netherlands Development Organisation; IUCN; WWF; FAO; GTZ; SDC; SIDA, Non-Timber Forest Products in the Lao PDR: A Manual of 100 Commercial and Traditional Products [PDF]. Vienti-ane, Laos: NUoL, NAFRI, SNV Netherlands Development Organisation, Nov. 2024. [Online]. Available: https://phakhaolao.la/wp-content/uploads/2024/11/100_NTFPs.pdf. [Accessed: 4-Feb-2026].
[8] Authors’ Last Name, First Initial., Title of Article, CABI Digital Library, 10.5555/20173097648. [Online]. Available: https://doi.org/10.5555/20173097648. [Accessed: 5-Feb-2026].

ຜູ້ສ້າງ Factsheet:
Keooudone Souvannakhoummane

ຜູ້ກວດສອບ Factsheet:
,