ເລກລຳດັບທີ: 101
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-09-18
ໄມ້ຊອດ
Mai Sot
Gigantochloa parviflora (Keng f.) Keng f.
ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໜໍ່ໄມ້ຊອດ, ໜໍ່ຊອດ (Nor sot)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Poales
ຊື່ສະກຸນ
Poaceae
ສະກຸນ
Gigantochloa
ຊະນິດ
Gigantochloa parviflora
ຊື່ພ້ອງ
Oxytenanthera parviflora Keng f.
ຊະນິດໃກ້ຄຽງ
ໄມ້ສະໂນດ / Watho Bamboo
ໄມ້ຊາງຄໍາ/ Golden Bamboo
ໄມ້ໄລ່/ Mai Lai
ບັນຍາຍລັກສະນະທາງພືດສາດ
ຍັງບໍ່ມີການສັງເກດ ຫຼື ອະທິບາຍລັກສະນະຂອງລຳຕົ້ນ ແລະ ສ່ວນທີ່ຫຸ້ມລຳຕົ້ນ (ກາບຫຸ້ມ).
ໃບມີລິກຸນ (ແຜ່ນໃບຂະໜາດນ້ອຍທີ່ຈັບຢູ່ລະຫວ່າງໃບ ແລະ ກ້ານໃບ) ປາຍຕັດຍາວປະມານ 3,5 ມມ. ແຜ່ນໃບຍາວ 16 ຫາ 28 ຊມ ແລະ ກວ້າງ 3,5 ຫາ 4 ຊມ.
ດອກຈະອອກບໍລິເວນກິ່ງທີ່ບໍ່ມີໃບ, ດອກອອກຮຽງກັນເປັນຊໍ່, ກວ້າງຮອດ 4 ຊມ, ຊໍ່ດອກຍ່ອຍແຕ່ລະຊໍ່ມີຄວາມຍາວ 1-1,5 ຊມ ເຊິ່ງປະກອບມີດອກຍ່ອຍ 3 ດອກ.
ໝາກເອີ້ນວ່າ caryopsis (ເປັນທັນຍາພືດ) ແຕ່ຍັງບໍ່ມີລັດສະນະທີ່ຊັດເຈນ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to China South-Central, Laos. [2]
Distribution of Gigantochloa parviflora between in 1936 to 1981. Source: [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າປະສົມປ່ຽນໃບ, ປ່າໄມ້ປ່ອງ, ແຄມຝັ່ງນໍ້າ
ໄມ້ຊະນິດນີ້ພົບໄດ້ໃນພື້ນທີ່ທົ່ງພຽງມີ່ມີດິນຊາຍເປັນສ່ວນໃຫຍ່, ພົບໃນປ່າປະສົມທີ່ລະດັບຄວາມສູງເໜືອໜ້ານ້ຳທະເລປະມານ 100 ຫາ 500 ມ ແລະ ກະຈາຍພັນຢູ່ທົ່ວປະເທດ. [5]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ອຸປະກອນ ແລະ ເຄື່ອງມື, ອາຫານ
ອາຫານ: ໜໍ່ອ່ອນເປັນອາຫານຍອດນິຍົມຂອງຄົນລາວ. [4]

ເຄື່ອງມື ແລະ ອຸປະກອນ: ລຳຕົ້ນອ່ອນສ່ວນໃຫຍ່ໃຊ້ໃນງານຫົດທະກຳ ສ່ວນລຳຕົ້ນທີ່ແກ່ແລ້ວເໝາະສຳຫຼັບການສານຝາເຮືອນ ແລະ ສານເສື່ອ, [5]. ລຳຕົ້ນແກ່ຂອງໄມ້ຊອດນຳມາເຮັດປະຕູ, ຝາ ແລະ ເຄື່ອງໃຊ້ໃນຄົວເຮືອນໃນລາວ, ລຳຕົ້ນສົດຈະຖືດຜ່ານຳມາເຮັດໃຫ້ອ່ອນ ແລ້ວຕາກແຫ້ງ ແລະ ສານເປັນແຜ່ນ, ລຳຕົ້ນໃຊ້ເປັນທໍ່ນ້ຳ, ປືນເປົ່າລົມສຳຫຼັບເດັກນ້ອຍ ແລະ ສະໜວດບັ້ງໄຟ ລຳຕົ້ນເຫຼົ່ານີ້ຈະຖືກຕັດຕາມຂໍ້ຕ່າງໆ ເພື່ອໃຊ້ເປັນພາສະນະໃສ່ຂອງແຫຼວ ຫຼື ນ້ຳເຜິ້ງ. ດັງທີ່ລາເກມກ່າວໄວ້ວ່າ ເຂົ້າຈະຖືກຫຸງໃນກະບອກໄມ້ໄຜ່ ທີ່ປິດດ້ວຍໃບຂີງປ່າ ແລະ ເຜົາໃນໄຟ. [6]

ກິດຈະກຳໃນສວນ: ໄມ້ໃຊ້ເຮັດຄັນເບັດ ແລະ ເຮັດເຄື່ອງມືຈັບປາ. [5]
ການປູກ ການລ້ຽງ
ຊະນິດທຳມະຊາດ
ການຂະຍາຍພັນໂດຍໃຊ້ຕໍເຮັດໄດ້ງ່າຍ ໃນຂະນະທີ່ການຂະຫຍາຍພັນໂດຍໃຊ້ແກ່ນຍັງມີຂໍ້ຈຳກັດເນື່ອງຈາກຄວາມທ້າທາຍໃນການເກັບແກ່ນ ຈົນຮອດປັດຈຸບັນຍັງບໍ່ມີລາຍງານການປູກໄມ້ສອດໃນລາວ. [5]
ລະດູການເກັບກູ້
ກໍລະກົດ, ສິງຫາ, ກັນຍາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,