ເລກລຳດັບທີ: 100
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-09-04
ໄມ້ເຮ້ຍ
Mai Hia
Schizostachyum virgatum (Munro) H.B.Naithani & Bennet
ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໜໍ່ເຮ້ຍ (Slender Bamboo, Nr Hia)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Poales
ຊື່ສະກຸນ
Poaceae
ສະກຸນ
Schizostachyum
ຊະນິດ
Schizostachyum blumei
ຊື່ພ້ອງ
Cephalostachyum virgatum (Munro) Kurz
Melocanna virgata Munro
ບັນຍາຍລັກສະນະທາງພືດສາດ
ໄຜ່ຊະນິດນີ້ມີລັກສະນະເດັນຄື ລຳຕົ້ນຕັ້ງຊື່ ສູງໄດ້ 7 ຫາ 15 ມ, ເສັ້ນຜ່າສູນກາງ 7 ຫາ 10 ຊມ, ລຳຕົ້ນສີຂຽວ, ຂຽວປົນສີຟ້າ ຫຼື ສີເຫຼືອງທອງ, ມັກມີລາຍສີຂຽວແຄບຢູ່ລຳຕົ້ນບໍລິເວນຂໍ້ (ປ້ອງ), ປ້ອງຍາວ 30 ຫາ 58 ຊມ, ຜິວລຽບ, ມັກມີຂົນສີຂາວກະຈາຍຢູ່ທົ່ວເມື່ອຍັງອ່ອນ ແຕ່ເມື່ອຂະຫຍາຍຕົວເຕັມທີຜິວຈະລຽບ, ບໍລິເວນຂໍ້ບໍ່ບວມ ແລະ ບໍມີຮາກ (ບໍລິເວນໂຄນຕົ້ນ).
ແຕກກິ່ງກ້ານບໍລິເວນຂໍ້ບໍລິເວນກາງລຳຕົ້ນຂື້ນໄປ ໂດຍແຕ່ລະຂໍ້ຈະມີກິ່ງກ້ານຂະໜາດນ້ອຍປະມານ 25 ຫາ 30 ກິ່ງ ລັກສະນະການແຕ່ງກິ່ງກ້ານເຮັດໃຫ້ຕົ້ນມີລັກສະນະເປັນຟຸ່ມ.
ກາບຫຸ້ມລຳຕົ້ນແຂງ, ຍາວ 12 ຫາ 27 ຊມ, ກວ້າງ 18 ຫາ 35 ຊມ ແລະ ຍັງຄົງຮູບຢູ່ເປັນເວລາດົນ ປົກຄຸມດ້ວຍຂົນສີນ້ຳຕານອ່ອນ ຫາສີນ້ຳຕານ, ຈຸດເຊື່ອມຕໍລະຫວ່າງກາບກັບປາຍກາບເປັນແນວນອນ, ແຜ່ນກາບໃບເປັນຮູບສາມຫຼ່ຽມ, ປາຍແຫຼມແຂງ, ຍາວ 4 ຫາ 18 ຊມ ແລະ ກວ້າງ 4 ຫາ 10 ຊມ, ແຜ່ນໃບຕັ້ງຊື່, ແຂງ ແລະ ມັກບໍ່ມີຂົນ.
ລິກຸນ (ໂຄງສ້າງຂະໜາດນ້ອຍທີໂຄນແຜ່ນໃບ) ຍາວ 3 ມມ ແລະ ລຽບ, ສ່ວນຫູໃບມີຂະໜາດນ້ອຍ, ຍາວ 10 ຫາ 2,5 ມມ, ມີຂົນບໍລິເວນຂອບ ແລະ ຍາວ 5 ຫາ 5 ມມ.
ແຜ່ນໃບຮູບຫອກຍາວ ແລະ ແຄບ, ຍາວ 26 ຫາ 32 ຊມ, ກວ້າງ 3,5 ຫາ 6 ຊມ, ຜິວໃບດ້ານລຸ່ມມີຂົນອ່ອນປົກຄຸມ, ຜິວໃບດ້ານເທິງລຽບ, ລິກຸນສັ້ນ ແລະ ສົມບູນ, ຫູໃບຂະໜາດນ້ອຍຫຼາຍ ແລະ ມີຂົນຍາວ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Bangladesh, China South-Central, Laos, Myanmar, Vietnam. [2]
Distrbution of Schizostachyum virgatum bestween 1974 to 2001. Source: [3]
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ
ອີງຕາມ ລາຍການກວດສອບພືດມີທໍ່ລຳລຽງຂອງລາວ (ສະບັບທີ 1 ແລະ 1.0), ຊະນິດນີ້ໄດ້ຖືກພົບໃນແຂວງໄຊສົມບູນ [4], [5]. ບົດລາຍງານການປະເມີນອາຫານປ່າໄດ້ບັນທຶກການມີຢູ່ຂອງຊະນິດນີ້ໃນຫຼາຍແຂວງ: ອັດຕະປື (ສະໜາມໄຊ ແລະ ສານໄຊ), ເຊກອງ (ລະມາມ), ສາລະວັນ (ຕາໂອຍ ແລະ ສະມວ້ຍ), ອຸດົມໄຊ (ງາ ແລະ ແບງ), ຊຽງຂວາງ (ໝອກໃໝ່), ແລະ ຜົ້ງສາລີ (ບຸນໃຕ້ ແລະ ຂວາ). [6]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໂຄກ, ປ່າໄມ້ປ່ອງ, ແຄມຝັ່ງນໍ້າ
ພືດຊະນິດນີ້ສາມາດພົບໄດ້ໃນປ່າປະສົມປ່ຽນໃບ, ປ່າດິບແລ້ງ, ແລະ ຕາມແຄມຝັ່ງ [7]. ພົບຕາມພູເຂົທີ່ມີລະດັບຄວາມສູງ 700 ຫາ 1,000 ມ. [8]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອຸປະກອນ ແລະ ເຄື່ອງມື, ອາຫານ
ອາຫານ: ຫນໍ່ອ່ອນຖືກນຳໃຊ້ໃນອາຫານຫຼາກຫຼາຍຊະນິດ ເຊັນ ຕົ້ມແລ້ວເສີບກັບແຈ່ວ, ໃສ່ໃນແກງ, ຫຼື ປຸ່ງເປັນຊຸບໜໍ່, ໜໍ່ເຫຼ່ົ່ານີ້ສາມາດ ຕາກແຫ້ງ ແລະ ເກັບໄວ້ກິນຕະຫຼອດປີ. ນອກຈາກນີ້ຍັງສມາດບັນຈຸໃນກະປ່ອງໄດ້ຫຼາຍຮູບແບບ, ລວມທັງແບບໝັກ, ດອງ ແລະ ແບບແຫ້ງ, ເຊິ່ງສາມາດເກັບຮັກສາ ແລະ ຂາຍໄດ້ງ່າຍ. [9]
ເຄື່ອງມື ແລະ ເຄື່ອງໃຊ້: ໄມ້ເຮຍເປັນໄມ້ໄຜ່ປະເພດໜຶ່ງທີ່ໃຊ້ນິຍົມໃຊ້ໃນການສານເປັຮແຜ່ນ, ຝາ, ກະດານ, ແລະ ແພ. ເຊິ່ງເປັນທີ່ນິຍົມໃຊ້ເຮັດແຄນ ເຊິ່ງເປັນເຄື່ອງດົນຕີພື້ນບ້ານຂອງລາວທີ່ມີຄວາມສຳຄັນທາງດ້ານວັດທະນະທຳຢ່າງເລິກເຊິ່ງ [9]. ລຳຕົ້ນເໝາະສົມສຳລັບການຜ່າ ໃຊ້ໃນການຜະລິດຫັດຖະກຳ, ຄວາມທົນທານຂອງເໝາະສົມສຳລັບການສ້າງຝາ ແລະ ມຸງຫຼັງຄາເຮືອນ. ນອກຈາກນີ້ຍັງນິຍົມໃຊ້ເປັນເຄື່ອງມືຫາປາ. [10]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ສິງຫາ, ກັນຍາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໜໍ່ໄມ້ມີການບໍລິໂພກໃນທ້ອງຖິ່ນ ຫຼື ຂາຍໃນລາຄາຕັ້ງແຕ່ 5,000 ຫາ 10,000 ກີບຕໍ່ກິໂລກຼາມ. [10]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ການຂະຫຍາຍພັນໂດຍໃຊ້ເຫງົ້າຈະສາມາດເຮັດໄດ້ງ່າຍ ໃນຂະນະທີ່ການຂະຫຍາຍພັນດ້ວຍແກ່ນມີຂໍ້ຈຳກດັ ເນື່ອງຈາກການເກັບແກ່ນໄດ້ຍາກ ໄມ່ເຮ້ຍຈຶ່ງມັກຖືກຂະຫຍາຍພັນ ແລະ ປູກໃນສວນຄົວ. [10]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae KEONOY
ຜູ້ກວດສອບ Factsheet
,